About Biewter Tech

ບົດພິສູດຂອງຄວາມຮູ້
ແລະ ຄວາມຕັ້ງໃຈ

ປະສົບການດ້ານ Graphic Design ແລະ IT ມາຫຼາຍກວ່າ 10 ປີ ທີ່ພ້ອມຮັບໃຊ້ສັງຄົມ.

Biewter Tech Story
ບີ້ວເຕີ (Biewter)

ແຮງບັນດານໃຈ ແລະ ທີ່ມາຂອງຊື່ທີ່ພວກເຮົາພູມໃຈ.

ທີ່ມາຂອງ Biewter Tech

"Biewter Tech ເລີ່ມຕົ້ນຈາກຄວາມຫຼົງໄຫຼໃນເຕັກໂນໂລຊີ ແລະ ຄວາມຮັກທີ່ມີຕໍ່ຄອບຄົວ."

ຊື່ຂອງ Biewter Tech ໄດ້ຮັບແຮງບັນດານໃຈມາຈາກຊື່ລູກຊາຍຂອງຂ້າພະເຈົ້າ ນັ້ນຄື "ບີ້ວເຕີ". ດ້ວຍປະສົບການໃນຂະແໜງ IT ແລະ Graphic Design ມາຫຼາຍກວ່າ 10 ປີ, ຂ້າພະເຈົ້າຈຶ່ງມີຄວາມຕັ້ງໃຈທີ່ຈະສ້າງບໍລິການທີ່ດີທີ່ສຸດ ຄືກັບການເບິ່ງແຍງຄົນໃນຄອບຄົວ.

ຜູ້ນຳພາ ແລະ ຜູ້ໃຫ້ຄວາມຮູ້

ຈາກຫ້ອງຮຽນ ສູ່ການບໍລິການສັງຄົມຕົວຈິງ

ອາຈານສອນ ສາຂາໄອທີ

ປະຈຸບັນເປັນອາຈານສອນອນ ທີ່ ວິທະຍາໄລເຕັກນິກ-ວິຊາຊີບ ຫຼວງພະບາງ (LTVC) ພາກວິຊາບໍລິຫານທຸລະກິດ (ສາຂາ IT).

ຈິດອາສາເພື່ອຊຸມຊົນ

ເຄີຍນຳພານັກສຶກສາລົງພື້ນທີ່ໃຫ້ບໍລິການສ້ອມແປງຄອມພິວເຕີ ຢູ່ທີ່ ໂຮງຮຽນ ມສ ສັນຕິພາບ, ມສ ປະຊາທິປະໄຕ ແລະ ອີກຫຼາຍແຫ່ງ ເພື່ອສົ່ງເສີມການສຶກສາ.

ລາງວັນຮອງຊະນະເລີດ 2025

ການແຂ່ງຂັນຝີມືແຮງງານລະດັບປະເທດ

ຄວາມພາກພູມໃຈໃນການນຳພານັກສຶກສາໄອທີ ເຂົ້າຮ່ວມງານແຂ່ງຂັນໃນ ສາຂາເຕັກໂນໂລຊີການອອກແບບ (Graphic Design) ຈົນສາມາດຄວ້າລາງວັນອັນຊົງກຽດມາໄດ້ ເຊິ່ງເປັນການຢັ້ງຢືນເຖິງຄຸນນະພາບ ແລະ ທັກສະລະດັບມືອາຊີບຂອງພວກເຮົາ.